4 ຂັ້ນຕອນໃນການເປັນເສດຖີເງິນລ້ານ by Grant Cardone
Grant Cardone ເຕີບໂຕຈາກຮາກຫຍ້າຄົນທຳມະດາທົ່ວໄປ ທີ່ເລີ່ມອາຊີບດ້ວຍການເປັນເຊລລ໌ ຂາຍລົດຍົນຈົນກາຍເປັນTop Sales ແລະ ຕໍ່ມາຈຶ່ງໄດ້ຫັນໜ້າມາເປັນນາຍໜ້າອະສັງຫາ ແລະ ເລີ່ມລົງທຶນໃນອະສັງຫາລິມະຊັບຈົນລ້ຳລວຍ ແລະ ໃນປະຈຸບັນລາວກໍຍັງລ້ຳລວຍຂຶ້ນໄປອີກ ຈາກການສ້າງລາຍໄດ້ຈາກທາງອື່ນໆເຊັ່ນ: ເປັນນັກຂຽນ Bestsellers ໜັງສືທີ່ຂາຍດີໄປທົ່ວໂລກ ເຊັ່ນ: THE 10X RULES, SELL OR BE SOLD ລວມໄປເຖິງການເປັນເທຣນເນີໃຫ້ກັບຫຼາຍໆບໍລິສັດ ເຊິ່ງສົ່ງຜົນໃຫ້ລາວກາຍເປັນມະຫາເສດຖີໄດ້ໃນທີ່ສຸດ (ຈາກຂໍ້ມູນໃນປີจา 2018 Grant Cardone ມີລາຍໄດ້ທີ່ປະມານ 350 ລ້ານຫຼຽນ) ເຊິ່ງໜ້າທີ່ຂອງຜູ້ນຳທີ່ດີນັ້ນ ຈະຕ້ອງສາມາດສອນໃຫ້ທີມງານຂຶ້ນມາຢູ່ໃນລະດັບດຽວກັນ ຫຼື ໃກ້ກັບຕົວເອງຫຼາຍທີ່ສຸດ ເພືອທີ່ເຂົາເຈົ້າເຫຼົ່ານັ້ນ ຈະສາມາດຊ່ວຍລັນທຸລະກິດ ຂອງເຈົ້າໃຫ້ເຕີບໂຕໄດ້ ແລະ ນີ້ກໍຄື 4 ຂັ້ນຕອນ ໃນການຈັບເງິນລ້ານທຳອິດສະໄຕລ໌ Grant Cardone ຂັ້ນຕອນທີ 1 – ຕັ້ງເປົ້າໝາຍ (Target) ການຫາເງິນໃຫ້ໄດ້ 100 ລ້ານນັ້ນ ມີໄດ້ຫຼາຍຮູບແບບເຊັ່ນ ທ້າວ A ຂາຍເຄື່ອງອັນລະ 1,000 ກີບ ໃຫ້ກັບຄົນຈຳນວນ 100,000 ຄົນ ທ້າວ B ຂາຍເຄື່ອງອັນລະ 10,000 ກີບ ໃຫ້ກັບຄົນຈຳນວນ 10,000 ຄົນ ທ້າວ C ຂາຍເຄື່ອງອັນລະ 100,000 ກີບ...