4 ຂັ້ນຕອນໃນການເປັນເສດຖີເງິນລ້ານ by Grant Cardone

Grant Cardone ເຕີບໂຕຈາກຮາກຫຍ້າຄົນທຳມະດາທົ່ວໄປ ທີ່ເລີ່ມອາຊີບດ້ວຍການເປັນເຊລລ໌ ຂາຍລົດຍົນຈົນກາຍເປັນTop Sales ແລະ ຕໍ່ມາຈຶ່ງໄດ້ຫັນໜ້າມາເປັນນາຍໜ້າອະສັງຫາ ແລະ ເລີ່ມລົງທຶນໃນອະສັງຫາລິມະຊັບຈົນລ້ຳລວຍ ແລະ ໃນປະຈຸບັນລາວກໍຍັງລ້ຳລວຍຂຶ້ນໄປອີກ ຈາກການສ້າງລາຍໄດ້ຈາກທາງອື່ນໆເຊັ່ນ: ເປັນນັກຂຽນ Bestsellers ໜັງສືທີ່ຂາຍດີໄປທົ່ວໂລກ ເຊັ່ນ: THE 10X RULES, SELL OR BE SOLD ລວມໄປເຖິງການເປັນເທຣນເນີໃຫ້ກັບຫຼາຍໆບໍລິສັດ ເຊິ່ງສົ່ງຜົນໃຫ້ລາວກາຍເປັນມະຫາເສດຖີໄດ້ໃນທີ່ສຸດ (ຈາກຂໍ້ມູນໃນປີจา 2018 Grant Cardone ມີລາຍໄດ້ທີ່ປະມານ 350 ລ້ານຫຼຽນ)
ເຊິ່ງໜ້າທີ່ຂອງຜູ້ນຳທີ່ດີນັ້ນ ຈະຕ້ອງສາມາດສອນໃຫ້ທີມງານຂຶ້ນມາຢູ່ໃນລະດັບດຽວກັນ ຫຼື ໃກ້ກັບຕົວເອງຫຼາຍທີ່ສຸດ ເພືອທີ່ເຂົາເຈົ້າເຫຼົ່ານັ້ນ ຈະສາມາດຊ່ວຍລັນທຸລະກິດ ຂອງເຈົ້າໃຫ້ເຕີບໂຕໄດ້ ແລະ ນີ້ກໍຄື 4 ຂັ້ນຕອນ ໃນການຈັບເງິນລ້ານທຳອິດສະໄຕລ໌ Grant Cardone
ຂັ້ນຕອນທີ 1 – ຕັ້ງເປົ້າໝາຍ (Target)
ການຫາເງິນໃຫ້ໄດ້ 100 ລ້ານນັ້ນ ມີໄດ້ຫຼາຍຮູບແບບເຊັ່ນ
- ທ້າວ A ຂາຍເຄື່ອງອັນລະ 1,000 ກີບ ໃຫ້ກັບຄົນຈຳນວນ 100,000 ຄົນ
- ທ້າວ B ຂາຍເຄື່ອງອັນລະ 10,000 ກີບ ໃຫ້ກັບຄົນຈຳນວນ 10,000 ຄົນ
- ທ້າວ C ຂາຍເຄື່ອງອັນລະ 100,000 ກີບ ໃຫ້ກັບຄົນຈຳນວນ 1,000 ຄົນ
- ທ້າວ D ຂາຍເຄື່ອງອັນລະ 1,000,000 ກີບ ໃຫ້ກັບຄົນຈຳນວນ 100 ຄົນ
- ທ້າວ E ຂາຍເຄື່ອງອັນລະ 10,000,000 ກີບ ໃຫ້ກັບຄົນຈຳນວນ 10 ຄົນ
ຈະເຫັນໄດ້ວ່າແຕ່ລະຄົນນັ້ນມີຄວາມຝັນດຽວກັນຄື ເຮັດເງິນໃຫ້ໄດ້ 10,000,000 ກີບ ແຕ່ສິ່ງດຽວທີ່ແຕກຕ່າງກັນຢ່າງສິ້ນເຊີງກໍຄືກຸ່ມເປົ້າໝາຍທີ່ຈະຂາຍສິນຄ້າຂອງແຕ່ລະຄົນນັ້ນ ເປັນຄົນລະກຸ່ມກັນ ເພາະເມື່ອສິນຄ້າມີລາຄາທີ່ສູງຂຶ້ນ ໃນແຕ່ລະກຸ່ມລູກຄ້າກໍຈະມີຖານລາຍໄດ້ ຫຼື ກຳລັງຊື້ທີ່ແຕກຕ່າງກັນເຊັ່ນ: ສິນຄ້າຂອງທ້າວ D ເນັ້ນຂາຍຄົນເຮັດວຽກປະຈຳທົ່ວໄປມີລາຍໄດ້ກາງໆ ແຕ່ໃນຂະນະລູກຄ້າຂອງທທ້າວ E ນັ້ນ ເປັນກຸ່ມຂອງຜູ້ບໍລິຫານ ຫຼື ເຈົ້າຂອງທຸລະກິດເປັນຕົ້ນ
ດັ່ງນັ້ນເຈົ້າຕ້ອງເອົາໃຫ້ຊັດເຈນວ່າ ສິນຄ້າຫຼືບໍລິການທີ່ເຈົ້າຈະຂາຍນັ້ນ ເຈົ້າຕ້ອງການຈະຂາຍໃຫ້ໃຜ ເພາະຫາກນຳສິນຄ້າເປັນລ້ານເປັນສິບລ້ານ ໄປສະເໜີຂາຍໃຫ້ກັບນັກຮຽນ ນັກສຶກສາ ຫຼື ພະນັກງານຫ້ອງການທີ່ຫາກກໍເລີ່ມເຮັດວຽກ ກໍຍາກທີ່ຈະປິດການຂາຍໄດ້ ເນື່ອງຈາກເຂົາເຈົ້າບໍ່ມີກຳລັງຊື້ຫຼາຍປານນັ້ນ
ຂັ້ນຕອນທີ 2 – ລາຍໄດ້ (Income)
Grant Cardone ໄດ້ບອກແບບໝັ້ນໃຈສຸດໆເອົາໄວ້ວ່າ ລາວສາມາດກະລັນຕີ ຫຼື ທຳນາຍໄດ້ວ່າ ຫາກເຈົ້າສາມາດເກັບເງິນເປັນຈຳນວນ 40 ເປີເຊັນ ຂອງລາຍໄດ້ທັງໝົດກ່ອນຫັກຄ່າໃຊ້ຈ່າຍອື່ນໃດທີ່ເຈົ້າໄດ້ຮັບໃນແຕ່ລະຄັ້ງ ເຈົ້າສະເປັນເສດຖີເງິນຢ່າງແນ່ນອນ
ຫຼາຍຄົນເຖິງກັບອຸທານວ່າຜີ້ບ້າໄປແລ້ວ ເພາະທຸກໆມື້ນີ້ຍັງບໍ່ທັນໄດ້ເກັບອອມ ຍັງບໍ່ຄ່ອຍຈະພໍໃຊ້ຈ່າຍເລີຍເຊິ່ງ Grant Cardone ກເອົາໄວ້ວ່າ “ຂ້ອຍບໍ່ໄດ້ບອກເດີວ່າມັນເຮັດກັນໄດ້ງ່າຍໆ ເພາະມັນເຮັດໄດ້ຍາກຫຼາຍ ແຕ່ກະລັນຕີໄດ້ເລີຍວ່າຫາກເຈົ້າເຮັດໄດ້ ເຈົ້າໄດ້ຈັບເງິນຮ້ອຍລ້ານຢ່າງແນ່ນອນ”
ຕອນນີ້ລອງມາເບິ່ງຕົວຢ່າງຄ່າວໆ ໃນການຄຳນວນເງິນທີ່ເຈົ້າຕ້ອງຈ່າຍຕົນເອງກ່ອນເປັນອັນດັບແລກກັນ ເຊິ່ງຄຳວ່າ “ຈ່າຍໃຫ້ຕົນເອງກ່ອນໃນທີ່ນີ້ບໍ່ໄດ້ໝາຍເຖິງເອົາເງິນນັ້ນໄປກິນ, ທ່ຽວ, ຫຼີ້ນ ແຕ່ເປັນການເກັບເງິນສົດໆເອົາໄວ້ໃຫ້ຕົນເອງ” ຕົວຢ່າງເຊັ່ນ:
- ຫາກເຈົ້າມີລາຍໄດ້ເດືອນລະ 2,000,000 ກີບ ຈຳນວນເງິນເກັບ 40% = 800,000 ກີບ ແລະ ເຈົ້າຈະເຫຼືອເງິນໄວ້ໃຊ້ຈ່າຍຄ່ານ້ຳ ຄ່າໄຟ ຄ່າກິນ ຄ່າຢູ່ ໜີ້ສິນ ພາສີ ແລະ ອື່ນໆ ໄດ້ຈຳນວນ 1,200,000 ກີບ (ຫຼືພຽງເຈົ້າເກັບຕໍ່ໄປແບບນີ້ຕໍ່ເນື່ອງກັນເປັນເວລາ 10 ປີ ກັບອີກ 6 ເດືອນເຈົ້າກໍຈະມີເງິນ 100,000,000 ເຊັ່ນກັນ)
- ຫາກເຈົ້າມີລາຍໄດ້ເດືອນລະ 4,000,000 ກີບ ຈຳນວນເງິນເກັບ 40% = 1,600,000 ກີບ ແລະ ຄຸນຈະເືອເງິນເອົາໄວ້ໃຊ້ຈ່າຍຄ່າໄຟ ຄ່າກິນ ຄ່າຢູ່ ໜີ້ສິນ ພາສີ ແລະ ອື່ນໆ ໄດ້ຈຳນວນ 2,400,000 ກີບ (ຫຼືພຽງເຈົ້າເກັບຕໍ່ໄປແບບນີ້ຕໍ່ເນື່ອງກັນເປັນເວລາ 5 ປີ ກັບອີກ 4 ເດືອນເຈົ້າກໍຈະມີເງິນ 100,000,000 ເຊັ່ນກັນ)
- ຫາກເຈົ້າມີລາຍໄດ້ເດືອນລະ 8,000,000 ກີບ ຈຳນວນເງິນເກັບ 40% = 3,200,000 ກີບ ແລະ ຄຸນຈະເືອເງິນເອົາໄວ້ໃຊ້ຈ່າຍຄ່າໄຟ ຄ່າກິນ ຄ່າຢູ່ ໜີ້ສິນ ພາສີ ແລະ ອື່ນໆ ໄດ້ຈຳນວນ 4,800,000 ກີບ (ຫຼືພຽງເຈົ້າເກັບຕໍ່ໄປແບບນີ້ຕໍ່ເນື່ອງກັນເປັນເວລາ 2 ປີ ກັບອີກ 8 ເດືອນເຈົ້າກໍຈະມີເງິນ 100,000,000 ເຊັ່ນກັນ)
ຈະເຫັນໄດ້ວ່າ ໃນກໍລະນີທີ່ເຈົ້າຈ່າຍໃຫ້ຕົນເອງກ່ອນທັນທີ 40% ເມື່ອເຈົ້າມີລາຍໄດ້ທີ່ຫຼາຍຂຶ້ນ ເຈົ້າກໍຍັງມີເງິນໃຊ້ຈ່າຍຟຸມເຟືອຍໄດ້ແບບເຫຼືອເຟືອ ແຕ່ຄົນສ່ວນໃຫ່ຍກັບບໍ່ຍອມຈ່າຍໃຫ້ຕົນເອງກ່ອນ ສຸດທ້າຍກໍຈະເຂົ້າວົງຈອນອຸບາດທີ່ເອີ້ນວ່າ “ຕໍ່ໃຫ້ຫາເງິນໄດ້ຫຼາຍເທົ່າໃດມັນກໍບໍ່ເຫຼືອ” ເພາະເມື່ອເຈົ້າມີລາຍໄດ້ເພີ່ມຂຶ້ນ ຄຸນຈະພະຍາຍາມໃຊ້ຈ່າຍເພີ່ມຂຶ້ນໂດຍອັດຕະໂນມັດ ດັ່ງນັ້ນຫາກເຈົ້າຍັງບໍ່ທັນມີເງິນສົດໃນບັນຊີເປັນສິບລ້ານຮ້ອຍລ້ານແລ້ວນັ້ນ ຢ່າຟ້າວຊື້ເຄື່ອງຂອງຟູມເຟືອຍ ໃຫ້ໃຊ້ຊີວິດຄືກັບຕອນທີ່ເຈົ້າຍັງມີລາຍໄດ້ນ້ອຍໆຢູ່
ເຈົ້າອາດຈະເຄີຍໄດ້ຍິນເລືອງລາວທີ່ວ່າ High Profile Low Profit BUT High Profit Low Profile ໝາຍເຖິງ ບາງຄົນທີ່ເຮົາເຫັນພາຍນອກເຂົາເບິ່ງລວຍ ໃສ່ເຄື່ອງຂອງແບນເນມ ກິນແຕ່ຂອງແພງໆນັ້ນ ເງິນໃນບັນຊີເຂົາອາດຈະຕິດລົບຈາກການຮູດບັດເຄດິດເຕັມວົງເງິນກໍເປັນໄດ້ ແຕ່ໃນຂະນະທີ່ບາງຄົນ ແຕ່ງຕົວທຳມະດາ ບໍ່ໄດ້ໃສ່ເສື້ອຜ້າແບນເນມ ກິນເຂົ້າງ່າຍໆອາດມີເງິນໃນບັນຊີ ສິບລ້ານຮ້ອຍລ້ານກໍເປັນໄດ້
ຂັ້ນຕອນທີ 3 – ການລົງທຶນ (Investment)
ຕໍ່ເນື່ອງກັນເລີຍຈາກຂັ້ນຕອນທີ 2 ເງິນທີ່ຈ່າຍໃຫ້ຕົວເອງກ່ອນຈຳນວນ 40% ທີ່ເຈົາລວບລວມມັນເອົາໄວ້ ມັນຮອດເວລາທີ່ໃຊ້ໃຫ້ເກີດປະໂຫຍດແລ້ວເຊິ່ງເຈົ້າອາດໄດ້ຍິນຄຳວ່າ “ໃຊ້ເງິນເຮັດວຽກ” ກໍຄືຂັ້ນຕອນນີ້ນີ້ເອງ
Grant Cardone ໄດ້ບອກເອົາໄວ້ວ່າ ເງິນມັນບໍ່ມີຄ່າຫຍັງເລີຍ ຖ້າມັນບໍ່ໄດ້ຖືກນຳມາໃຊ້ ດັ່ງເຊັ່ນປະໂຫຍກທີ່ວ່າ “ເງິນສຳຄັນຫຼາຍໃນເລື່ອງທີ່ຕ້ອງໃຊ້ເງິນ ແລະ ເງິນບໍ່ສຳຄັນຫຍັງເລີຍຈັກໜ້ອຍ ໃນເລື່ອງທີ່ບໍ່ຈຳເປັນຕ້ອງໃຊ້ມັນ” ດັ່ງນັ້ນ ເງິນຈະມີຄ່າກໍຕໍ່ເມື່ອມັນຖືໃຊ້ໃນທີ່ທີ່ຖືກຕ້ອງ ເຊິ່ງມັນກໍຂຶ້ນຢູ່ກັບວ່າ ເຈົ້າຈະລົງໃນສິ່ງໃດ ເຊິ່ງສິ່ງທີ່ Grant Cardone ແນະ ນຳກໍຄື ຈົ່ງລົງທຶນໃນສິ່ງທີ່ເຈົ້າຮູ້ຈັກ ແລະ ສຶກສາມັນມາເປັນຢ່າງດີ ຕົວຢ່າງເຊັ່ນຂອງ Grant Cardone ເອງ ຖະໜັດທີຈະລົງທຶນໃນອະສັງຫາ ຫຼາຍກ່ວາການລົງທຶນໃນຫຸ້ນ ຫຼື Bit Coin
ແລະ ກົດການລົງທຶນງ່າຍໆຂອງ Grant ມີດ້ວຍກັນ 3 ຂໍ້ກໍຄື
- ຢ່າເສຍເງິນກ້ອນນີ້ເດັດຂາດ
- ຢ່າເສຍເງິນກ້ອນນີ້ເດັດຂາດ
- ຢ່າເສຍເງິນກ້ອນນີ້ເດັດຂາດ
ຫຼາຍຄົນອາດຈະຄິດວ່າ ການຝາກເງິນໃນທະນາຄານເປັນການອອມ ເພາະໄດ້ດອກເບ້ຍ ແຕ່ຫາຮູ້ບໍ່ວ່າ ຖ້າເຈົ້າຖີ້ມເງິນໄວ້ທະນາຄານລ້າໆ ທ້າຍທີ່ສຸດເງິນເຈົ້າກໍຈະຄ່ອຍໆມີມູນຄ່າຫຼຸດລົງເນື່ອງຈາກ “ຄ່າເງິນເຟີ້” ເຊິ່ງພຽງແຕ່ດອກເບ້ຍເງິນຝາກຂອງທະນາຄານນັ້ນບໍ່ສາມາດເອົາຊະນະເງິນເຟີ້ໄດ້ ເພາະທະນາຄານຢ່າງຫຼາຍກໍໄດ້ກໍໄດ້ດອກເບ້ຍ 1-2% ແຕ່ໃນຂະນະທີ່ເງິນເຟີ້ຢູ່ທີ່ 3-4% ຍົກຕົວຢ່າງງ່າຍໆ ວ່າເງິນມັນຈະຫຼຸດຄ່າໜ້າຕາເປັນແບບໃດ
ຕົວຢ່າງເຊັ່ນ ແຕ່ກ່ອນເຮົາມີເງິນໃນກະເປົາ 20,000 ກີບ ເຮົສາມາດຊື້ເຝີຖ້ວຍລະ 5,000 ກີບ ໄດ້ຮອດ 4 ຖ້ວຍ ແຕ່ໃນປະຈຸບັນກັບຊື້ເຝີ (ຮ້ານເກົາເມນູເກົ່າ) ໄດ້ພຽງ 2 ຖ້ວຍ ເນື່ອງຈາກລາຄາປະຈຸບັນຖືກຖ້ວຍລະ 10,000 ກີບ
ຫຼັກການລົງທຶນກໍຄືກັບນິທານເລື່ອງ “ຫ່ານທອງຄຳ” ເຊິ່ງເງິນທີ່ເຮົາເກັບເອົາໄວ້ຈຳນວນ 40% ໃນຂັ້ນຕອນທີ 2 ປຽບສະເໝືອນແມ່ຫ່ານ ແລະ ໜ້າທີ່ຂອງເຮົາກໍຄື ເຮັດແນວໃດກໍໄດ້ ໃຫ້ຫ່ານໂຕນີ້ອອກໄຂ່ມາເປັນຄຳ ແລະ ເຮົາກໍເກັບໄຂ່ທອງຄຳນັ້ນມາກິນມາໃຊ້ປະໂຫຍດ ເຊິ່ງແນ່ນອນວ່າ ບາງຄົນກໍເລືອກທີຈະນຳແມ່ຫ່ານຕົວນີ້ໄປຕົ້ມ ຍຳທຳແກງກິນໄດ້ ເຊິ່ງແນ່ນອນວ່າເຈົ້າກໍຈະບໍ່ມີແມ່ຫ່ານຄອຍອອກໄຂ່ທອງຄຳໃຫ້ອີກຕໍ່ໄປ
ຂັ້ນຕອນທີ 4 – ມີກະແສເງິນສົດຈາກຊັບສິນ (Passive Income)
ແລະ ແລ້ວກໍມາເຖິງຂັ້ນຕອນສຸດທ້າຍ ຫຼັງຈາກທີ່ຜ່ານຄວາມຫຍຸ້ງຍາກລຳບາກມາຢ່າງໜັກໜາສາຫັດ ບໍ່ວ່າຈະເປັນຄວາມຍາກໃນຊ່ວງທີ່ສະສົມເງິນ 40%ຈາກລາຍໄດ້ທັງໝົດ ເຊິ່ງໃນຊ່ວງນີ້ຕ້ອງເອີ້ນວ່າ ໃຊ້ຊີວິດແບບຮັດເຂັມຂັດກັນເລີຍ ຕໍ່ໃນຊ່ວງທີ່ເຈົ້າລົງທຶນໃນຊ່ວງນີ້ Grant Cardone ແນະນຳວ່າ ຢ່າຟ້າວຊື້ນັ້ນຊື້ນີ້ ໂດຍສະເພາະຂອງໃຫ່ຍໆເຊັ່ນເຮືອນ ໃຫ້ເຈົ້າເຊົ່າຢູ່ກໍພໍ ຢ່າຟ້າວຮີບຮ້ອນຕັດສິນໃຈຊື້ ເພາະມັນຈະກາຍເປັນພາລະຂອງເຈົ້າໄປອີກຫຼາຍສິບປີ
ແຕ່ໃຫ້ເຈົ້າອົດທົດລໍຖ້າຈົນກ່ວາ ຫ່ານຂອງເຈົ້າເລີ່ມອອກໄຂ່ທອງຄຳ ເຊິ່ງໄຂ່ທອງຄຳນີ້ ກໍຄືລາຍໄດ້ແທ້ໆຂອງເຈົ້າ ໂດຍເຈົ້າສາມາດນຳເງິນກ້ອນນີ້ໄປໃຊ້ຈ່າຍອັນໃດກໍໄດ້ທີ່ເຈົ້າຕ້ອງການ ໂດຍທີ່ບໍ່ຕ້ອງຄິດຫຼືກັງວົນໃດໆທັງສິ້ນ ແຕ່ເຈົ້າຕ້ອງໝັ້ນໃຈວ່າ ຫ່ານຂອງເຈົ້າຈະຍັງຄົງອອກໄຂ່ທອງຄຳໃນທຸກໆເດືອນ ຢ່າງສະໝ່າສະເໝີ ເຊິ່ງເງິນກ້ອນນີ້ຫຼາຍໆຄົນເອີ້ນມັນວ່າ ເງິນເພື່ອອິດສະຫຼະພາບ ຫຼື ເກີດອິດສະຫຼະພາບທາງການເງິນກັບຕົວເຈົ້າຮຽບຮ້ອຍແລ້ວ
Comments
Post a Comment