ວິຊາຫຼັການປັບປຸງດິນ3
ບົດທີ 3 ທາດອາຫານທີ່ຈໍາເປັນສໍາລັບການຈະເລີນເຕີບໂຕຂອງພືດ
Protein and protoplasm ຂອງພືດ ແລະ ສັດ
ປະກອບດ້ວຍທາດອາຫານຫຼັກ 6 ທາດຄື: C, H, O N, P, S. ນອກນີ້ຍັງມີທາດອາຫານສຳຮອງຕ່າງໆອີກທີ່ມີບົດບາດ
ແລະ ອິດທິພົນຕໍ່ການຈະເລີນເຕີບໂຕ ແລະ ການພັດທະນາໃນພືດສະເພາະຕົວຂອງມັນ
ຖ້າບໍ່ໄດ້ຮັບທາດອາຫານເຫຼົ່ານີ້ພຽງພໍແລ້ວການຈະເລີນເຕີບໂຕ ແລະ
ຜົນຜະລິດຂອງພືດຈະລົດລົງ.
ທາດ C, H, O ທີ່ມີຢູ່ໃນພືດໄດ້ມາຈາກອາຍຄາຣບອນໄດອອກໄຊດ໌ (CO2) ໃນອາກາດ ແລະ ນໍ້າ, ໃນຂະບວນການສັງເຄາະແສງພືດຈະປ່ຽນໄປເປັນຮີໂດຣກາກບົວຢ່າງງ່າຍໆ
ແລະ ຈະປ່ຽນໄປເປັນ Amino acid, protein and protoplasm ໃນທີ່ສຸດ.
ສຳລັບແຮ່ທາດຈະໄດ້ມາຈາກດິນທີ່ລະລາຍຢູ່ໃນນ້ຳໃນດິນ
ແລ້ວພືດຈະດູດເອົາໄດ້ໂດຍທາງຮາກ.
ໜ້າທີ່ຂອງທາດອາຫານ
ທາດອາຫານມີບົດບາດສຳຄັນຕໍ່ກັບການຂະຫຍາຍໂຕຂອງພືດ,
ມີບົດບາດສຳຄັນຕໍ່ກັບຂະບວນການສັງເຄາະແສງ, ທາດອາຫານເຮັດໃຫ້ enzyme ມີບົດບາດສຳຄັນຕໍ່ຂະບວນການສັງເຄາະແສງ, ເຮັດໃຫ້ enzyme ທໍາງານໄດ້ປົກກະຕິ ຫຼື ຄວບຄຸມປະຕິກິລິຍາໃນ enzyme
ແລະ ຍັງເປັນສ່ວນປະກອບຂອງສານໃນຂະບວນການ metabolism ຂອງພືດ.
ທາດອາຫານ 16 ທາດທີ່ສຳຄັນຕໍ່ການຈະເລີນເຕີບໂຕ ແລະ ການຢູ່ລອດຂອງພືດ
ສາມາດແບ່ງອອກເປັນກຸ່ມໃຫຍ່ຄື: ທາດທີ່ເປັນແຮ່ທາດ ແລະ ທາດທີ່ບໍ່ເປັນແຮ່ທາດ
ທາດອາຫານທີ່ບໍ່ເປັນແຮ່ທາດ: ໄດ້ແກ່ C, H, O ທາດເຫຼົ່ານີ້ໄດ້ມາຈາກອາກາດ ແລະ ນ້ຳ
ໃນຂະບວນການສັງເຄາະແສງ ພືດຈະໃຊ້ພະລັງງານຈາກດວງອາທິດ ເພື່ອປ່ຽນ CO2 and H2O
ເປັນທາດແປ້ງ ແລະ ທາດນ້ຳຕານທີ່ເປັນອາຫານຂອງພືດ.
ການສັງເຄາະແສງ ໝາຍເຖີງ
ການເຮັດສິ່ງໃດສິ່ງໜຶ່ງດ້ວຍແສງສະຫວ່າງ
Solar energy
CO2 + H2O ========= C6H12O6
+ O2
Chlorophyll
ທາດອາຫານທີ່ເປັນແຮ່ທາດ: ມີ 13 ທາດທີ່ໄດ້ມາຈາກດິນ ເຊີງຈະລະລາຍໃນນ້ຳໃນດິນ ແລະ
ຈະຖືກດູດຊັບໂດຍທາງຮາກຂອງພືດ, ທາດເຫຼົ່ານີ້ຈະຂາດແຄນສະເໝີຢູ່ໃນດິນ.
v ທາດອາຫານທີ່ເປັນແຮ່ທາດ: ສາມາດແບ່ງອອກເປັນ 2 ກຸ່ມຄື: ທາດສ່ວນໃຫຍ່ ແລະ ທາດສ່ວນນ້ອຍ.
1.
ທາດສ່ວນໃຫຍ່: ສາມາດແບ່ງອອກເປັນ 2 ກຸ່ມອີກຄື: ທາດອາຫານຫຼັກ ແລະ ທາດອາຫານສຳຮອງ
·
ທາດອາຫານຫຼັກ: ໄດ້ແກ່ N, P, K ທາດເຫຼົ່ານີ້ຈະຂາດແຄນສະເໝີຢູ່ໃນດິນ
ຍ້ອນວ່າພືດໄດ້ນຳໃຊ້ເປັນຈຳນວນຫຼວງຫຼາຍ.
·
ທາດອາຫານສຳຮອງ: ໄດ້ແກ່ Ca, Mg and S ທາດອາຫານເຫຼົ່ານີ້ມີພຽງພໍຢູ່ໃນດິນ
ເຊີງບໍ່ຈຳເປັນທີ່ຈະຕ້ອງຕື່ມການໃສ່ຝຸ່ນ, Ca ແລະ Mg ໄດ້ຈາກການໃສ່ປູນເພື່ອປັບປຸງດິນສົ້ມ, S ໄດ້ຈາກການຍ່ອຍສະລາຍຕົວຂອງອິນຊີວັດຖຸ.
(ສະນັ້ນບໍ່ຄວນຖີ້ມເສດພືດ ແລະ ໃບໄມ້)
2.
ທາດສ່ວນນ້ອຍ: ໄດ້ແກ່ boron (B), copper (Cu), iron (Fe), chloride (Cl), manganese (Mn), molybdenum (Mo) and zinc (Zn)ທາດເຫຼົ່ານີ້ມີຄວາມສຳຄັນຕໍ່ການຈະເລີນເຕີບໂຕຂອງພືດ
ແຕ່ພືດຕ້ອງການໃນປະລິມານໜ້ອຍ.
ການໜູນໃຊ້ເສດພືດແມ່ນເປັນວິທີທາງທີ່ດີທີ່ສຸດສຳລັບການສະໜອງທາດອາຫານສ່ວນນ້ອຍ
(ຄືກັນກັບທາດສ່ວນໃຫຍ່) ເພື່ອປູກພືດ.
ໜ້າທີ່ສະເພາະຂອງທາດອາຫານແຕ່ລະຊະນິດ
1)
Carbon: ຄາຣບອນ
ຖືວ່າເປັນກະດູກສັນຫຼັງຂອງຊີວະໂມເລກຸນ (biomolecules) ພືດຫຼາຍຊະນິດ, ລວມທັງທາດແປ້ງ (starches) ແລະ ແຊນລູໂລສ (cellulose). ຄາຣບອນ
ຖືກສ້າງມາຈາກ ການສັງເຄາະແສງຈາກ carbon dioxideໃນອາກາດ ແລະ ເປັນພາກສ່ວນໜຶ່ງຂອງ carbohydratesທີ່ເກັບເກັບພະລັງງານໃນພືດ.
2) Hydrogen: ໄຮໂດຣເຈນ ມີຄວາມຈຳເປັນໃນການສ້າງທາດນ້ຳຕານ ແລະ ການສ້າງພືດ,
ທາດນີ້ໄດ້ມາເກືອບທັງໝົດມາຈາກນ້ຳ.Hydrogen ionsແມ່ນຈໍາເປັນສໍາລັບ ລະດັບ proton ເພື່ອຊ່ວຍການນໍາສົ່ງ ວົງຈອນ electronໃນການສັງເຄາະແສງ ການຫາຍໃຈ.
3) Oxygenຈຳເປັນສຳລັບການຫາຍໃຈໃນລະດັບຈຸລັງ.ການຫາຍໃຈໃນລະດັບຈຸລັງ
ແມ່ນຂະບວນການສ້າງພະລັງງານ adenosine triphosphate (ATP)ໂດຍຜ່ານການນຳໃຊ້ນ້ຳຕານທີ່ໄດ້ຜະລິດໃນການສັງເຄາະແສງ.
ພືດຜະລິດກາສ ອອກຊີເຈນ ໃນລະຫວ່າງຂະບວນການສັງເຄາະແສງເພື່ອຜະລິດ glucoseແລ້ວຕ້ອງການອອກຊີເຈນເພື່ອການຫາຍໃຈລະດັບຈຸລັງທີ່ຕ້ອງການອອກຊີເຈນ
ແລະ ຕັດແຍກ glucoseເພື່ອຜະລິດ adenosine
triphosphate (ATP).
4) Nitrogen (N)ໄນໂຕຣເຈນ
·
ເຮັດໃຫ້ພືດມີສີຂຽວ
·
ກະຕຸ້ນການເຕີບໂຕ
·
ປັບປຸງຄຸນນະພາບຂອງໃບ
·
ສ້າງຜົນຜະລິດໃນສ່ວນຂອງໃບ, ໝາກ ແລລະ ເມັດ
·
ເພີ່ມປະລລິມານ Protein
·
ເປັນທາດອາຫານຂອງຈຸລິນຊີບາງຊະນິດ
5)
Phosphorus (P)
·
ກະຕຸ້ນການສ້າງ ແລະ ຂະຫຍາຍຮາກ
·
ກະຕຸ້ນການຈະເລີນເຕີບໂຕຂອງພືດໄລຍະທໍາອິດ
·
ເປັນຕົວການໃນຂະບວນການອອກງອກຂອງເມັດພືດ
·
ເລັ່ງການອອກດອກ ແລະ ສ້າງເມັດ
·
ຊ່ວຍຕ້ານທານຄວາມວິກິດຂອງອາກາດ
6) Potassium (K)
·
ຊ່ວຍຕ້ານທານໂລກ ແລະ ແມງໄມ້
·
ຊ່ວຍໃຫ້ລໍາຕົ້ນແຂງແຮງບໍ່ໃຫ້ຫັກລົ້ມ
·
ສ້າງ ແລະ ເຄື່ອນຍ້າຍທາດແປ້ງ, ນໍ້າຕານ ແລະ ນໍ້າມັນໃນພືດ
·
ຊ່ວຍຕ້ານທານວິກິດຂອງອາກາດ
7)
Calcium (Ca)
·
ຊ່ວຍກະຕຸ້ນການຈະເລີນເຕີບໂຕຂອງຮາກ
·
ຊ່ວຍໃຫ້ຕົ້ນແຂງແຮງ ແລະ ບໍ່ຫັກລົ້ມ
·
ມີອິດທິພົນຕໍ່ການດູດທາດອາຫານອຶ່ນໆ
·
ລົດຄວາມເຄັມຂອງສານທີ່ເປັນພິດບາງຊະນິດ
·
ເລັ່ງ ແລະ ສ້າງໝາກ ແລະ ເມັດ
8)
Magnesium (Mg)
·
ເປັນອົງປະກອບຂອງ Chlorophyll
·
ເປັນອົງປະກອບໃນການສ້າງທາດນໍ້າຕານຈາກ CO2, H2O ແລະ ແສງແດດ
·
ຄວບຄຸມການດູດທາດອາຫານອຶ່ນໆ
·
ເປັນຕົວຊັກນໍາ PHOSPHORUS
·
ກະຕຸ້ນການສ້າງນໍ້າມັນ
·
ຊ່ວຍໃນການຂົນຍ້າຍທາດແປ້ງ
9)
Sulfur (S)
·
ຊ່ວຍການຈະເລີນເຕີບໂຕ
·
ຮັກສາສະພາບຂຽວໃນພືດ
·
ຊ່ວຍເລັ່ງການສ້າງເມັດ
·
ຊ່ວຍໃຫ້ພືດທົນທານຕໍ່ໂຣກ ແລະ ແມງໄມ້
10) Boron (Bo)
·
ກ່ຽວຂ້ອງກັບການຂະຫຍາຍພັນ
·
ກ່ຽວກັບການເກີດ (Pollen grain)
·
ຊ່ວຍໃນການຂະຫຍາຍຈຸລັງໃນ meristemic tissue
·
ມີສ່ວນຊ່ວຍໃນການສ້າງ protein
·
ຊ່ວຍໃນການເຄື່ອນຍ້າຍທາດອາຫານອຶ່ນໆ
11) Molibdenum (Mo)
·
ເປັນຕົວຊ່ວຍປະຕິກິລິຍາ (Catalyst) ໃນການປ່ຽນສະພາບຂອງ nitrate
(Nitrate reduction)
·
ຊ່ວຍໃນການຈະເລີນເຕີບໂຕຂອງຈຸລິນຊີ
12) Iron (Fe)
·
ກ່ຽວຂ້ອງກັບການສ້າງ Chlorophyll
·
ເປັນສ່ວນປະກອບຂອງ enzymes
13) Manganese (Mg)
·
ເປັນຕົວຊ່ວຍປະຕິກິລິຍາ metabolism ໂດຍ oxidation reduction
·
ເປັນຕົວກະຕຸ້ນຂອງ enzyme ບາງຊະນິດ
·
ເປັນຕົວສ້າງ Chlorophyll
14) Copper (Cu)
·
ເປັນຕົວສ້າງ Chlorophyll
·
ເປັນຕົວປະກອບຂອງ enzyme ເຊັ່ນ: oxidase, lactase.
15) Zinc (Zn)
·
ເປັນຕົວຊ່ວຍປະຕິກິລິຍາ oxidation ໃນ ຈຸລັງ ແລະ ຊ່ວຍສ້າງ ຈຸລັງ.
·
ເປັນສ່ວນປະກອບຂອງ enzyme ບາງຊະນິດ
16) Sodium (Na)
·
ກ່ຽວຂ້ອງກັບການຈະເລີນເຕີບໂຕຂອງພືດ ແລະ ການຂະຫຍາຍພັນພືດ
·
ຊ່ວຍເຮັດໜ້າທີ່ແທນ Potassium ບາງຊະນິດ
·
ຊ່ວຍໃຫ້ພືດແຂງແຮງ, ທົນຕໍ່ໂຣກ ແລະ ແມງໄມ້
17) Chloride (Cl)
·
ກ່ຽວຂ້ອງກັບການຈະເລີນເຕີບໂຕຂອງພືດ
ໂດຍສະເພາະເປັນສ່ວນສໍາຄັນຂອງ Soluble salt ທີ່ມີຜົນຕໍ່ Osmotic pressure ໃນພືດ.
ຄວາມຕ້ອງການແຮ່ທາດຂອງພືດ
ຄວາມຕ້ອງການແຮ່ທາດຂອງພືດແມ່ນມີຄວາມຫຼາກຫຼາຍທີ່ສຸດອີງຕາມຊະນິດພືດ,
ທັງຂຶ້ນກັບແນວພັນ ແລະ ບັນດາເງື່ອນໄຂການຈະເລີນເຕີບໂຕຂອງພືດເຊັ່ນ: ພູມອາກາດ, ດິນ ແລະ
ການໃສ່ຝຸ່ນປັບປຸງດິນ.
ແຮ່ທາດແມ່ນຖືກນໍາມາໃຊ້ໂດຍຮາກພືດພາຍໃຕ້ຮູບແບບຂອງສານລະລາຍໃນດິນSOIL SOLUTION ຈາກນັ້ນພວກມັນກໍ່ກະຈາຍໄປສູ່ພາກສ່ວນຕ່າງໆຂອງພືດໂດຍການເຄື່ອນສົ່ງນໍ້າຕາມທໍ່ລໍາລຽງສູ່ສະຖານທີ່ສັງເຄາະແສງ.
ການໃສ່ຝຸ່ນປັບປຸງດິນ
ດິນຕ້ອງສະໜອງແຮ່ທາດອາຫານໃຫ້ແກ່ພືດຕາມຄວາມຕ້ອງການຂອງພືດ,
ຖ້າຫາກດິນຂາດທາດອາຫານໃດໜຶ່ງຈະສົ່ງຜົນກະທົບທີ່ຮ້າຍແຮງຕໍ່ສະມັດຕະພາບທີ່ເກີດຂຶ້ນໃນຊ່ວງທີ່ພືດມີຄວາມຕ້ອງການໃນປະລິມານສູງ,
ເພາະສະນັ້ນ ການໃສ່ຝຸ່ນທີ່ລະລາຍໄດ້ ແລະ
ຊື່ມຊອດເຂົ້າໄປໃນທາງດິນໄດ້ງ່າຍຕ້ອງແບ່ງໃສ່ເປັນໄລຍະຕາມການເວລາ ແລະ
ຄວາມຕ້ອງການຂອງພືດທີ່ສາມາດຮັບເອົາໄປໃຊ້ໄດ້.
ຄວາມຕ້ອງການທີ່ແຕກຕ່າງກັນຂອງພືດຊະນິດຕ່າງໆ
Ø ພືດທັນຍາຫານຕ້ອງການທາດ Nitrogen
ໃນປະລິມານທີ່ສູງ, ນອກຈາກນັ້ນຍັງຕ້ອງການທາດ Potassium ແລະ Phosphorus ນໍາອີກ.
Ø ຫົວມັນ, ຕົ້ນກ້ວຍ ແລະ ພືດທີ່ໃຊ້ສານກະຕຸ້ນເຊັ່ນ: ກາເຟ ແລະ
ກາກາວ ພັດມີຄວາມຕ້ອງການທາດ Potassium ເປັນພິເສດ.
Ø ພືດບາງຊະນິດມີຄວາມສາມາດດູດຊືມໄດ້ໃນເມື່ອມັນຫາກມີຢູ່ໃນດິນໜ້ອຍເຊັ່ນ:
ມັນດ້າງທີ່ສາມາດດູດຊືມເອົາທາດ Phosphorus ໃນດິນທີ່ຂາດແຄນທາດດັ່ງກ່າວໄດ້ ທັງນີ້ກໍ່ຍ້ອນວ່າມັນມີບັນດາເຊື້ອຣາ Micorhiz
(Micorhizແມ່ນຈຸລິນຊີໃນດິນ, ເຊືອຣາທີ່ຢູ່ຢ່າງກົມກຽວກັບຮາກພືດ).
ລັກສະນະຄວາມຂາດແຄນທາດອາຫານຂອງພືດ
Ø ລັກສະນະການຂາດແຄນຂອງທາດອາຫານພືດເປັນຜົນມາຈາກທີ່ພືດມີຂະບວນການ
Metabolism ທີ່ຜິດປົກກະຕິ.
Ø ລັກສະນະທີ່ພືດສະແດງໃຫ້ເຫັນນັ້ນ ບາງລັກສະນະກໍ່ພຽງພໍສໍາລັບການວິໄຈຄວາມຂາດແຄນຂອງທາດອາຫານບາງຊະນິດ
Ø ແຕ່ບາງລັກສະນະບໍ່ຊັດເຈນພໍທີ່ຈະວິໄຈສາເຫດໄດ້.
Ø ຕົວຢ່າງ: ພືດມີໃບສີຂຽວຊີດເຖີງຂຽວ ແລະ
ໃບແກ່ຈະຫຼົ່ນກ່ອນກໍານົດນັ້ນອາດຈະເປັນການຂາດທາດ Nitrogen
ແລະ Sulfur ຫຼື Molybdenumກໍໄດ້.
Ø ລັກສະນະການຂາດແຄນທາດອາຫານສ່ວນໃຫຍ່ຈະສະແດງອອກໃນໃບກົກຂອງພືດ.
Ø ລັກສະນະການຂາດແຄນທາດອາຫານສ່ວນນ້ອຍຈະສະແດງອອກໃນໃບປາຍ
(ໃບຍອດ) ຂອງພືດ.
ຄວາມເຂັ້ມຂຸ້ນວິກິດຂອງພືດ
ຄວາມເຂັ້ມຂຸ້ນວິກິດຂອງພືດໄດ້ແກ່ຄວາມເຂັ້ມຂຸ້ນຂອງທາດອາຫານໃນສ່ວນໃດສ່ວນໜຶ່ງຂອງພືດທີ່ຈະພໍພຽງຕໍ່ການໃຫ້ຜົນຜະລິດສູງສຸດ.
ລັກສະນະຄວາມເປັນພິດຂອງທາດອາຫານ
ການເກີດມີແຮ່ທາດບາງຊະນິດຫຼາຍເກີນຂອບເຂດຢູ່ໃນດິນອາດນໍາໄປສູ່ຄວາມຜິດປົກກະຕິທາງດ້້ານສະລິລະວິທະຍາຂອງພືດໄດ້ເຊັ່ນກັນ,
ການຂາດແຄນທາດອາຫານທີ່ເກີດຂຶ້ນກັບພືດ,
ຄວາມຜິດປົກກະຕິເຫຼົ່ານັ້ນແມ່ນຕາມມາດ້ວຍອາການທີ່ສາມາດເບິ່ງເຫັນໄດ້ຕາມອະໄວຍະວະບາງສ່ວນຂອງພືດ.
ລັກສະນະອາການຕ່າງໆທີ່ສະແດງອອກມີຄື:
1.
ໃບຫຼ້າເຫຼືອງ
2.
ການຈະເລີນເຕີບໂຕຊ້າ
3.
ລໍາຕົ້ນສັ້ນບາງ
4.
ຕົ້ນນ້ອຍ
5.
ການປະສົມພັນບໍ່ຕິດດີ
6.
ນໍ້າໜັກຜົນຜະລິດຕໍ່າ
7.
ລະບົບຮາກຂະຫຍາຍຕົວຊ້າ
8.
ໝາກນານສຸກ
9.
ໃບດ້ນແຂງ,
ເປັນສີເຂັ້ມ ແລະ ມີຂອບ
10.
ເມັດບໍ່ເຕັມ
11.
ພືດມີຄວາມຮູ້ສຶກຕໍ່ພະຍາດ
ແລະ ແມງໄມ້ໄດ້ງ່າຍ
12. ຕົ້ນແຫ້ງຮຽວ
ແຫລ່ງທີ່ມາຂອງທາດອາຫານຕ່າງໆ
1.
N ທີ່ພືດນໍາໄປໃຊ້ໄດ້ມີ 2
ຮູບແບບຄື: NH4+ ແລະ NO3-
ພືດສ່ວນໃຫຍ່ດູດ N ໃນຮູບ NO3-
ໄດ້ດີ, ຍົກເວັ້ນເຂົ້າທີ່ດູດ N ໃນຮູບ NH4+ໄດ້ດີ. ສໍາລັບຮາກພືດຕະກຸນຖົ່ວມີ Rhizobium ສາມາດດູດເອົາ N ຈາກອາກາດມາໃຊ້ເປັນປະໂຫຍດໄດ້.
2.
P ຮູບທີ່ພືດນໍາໄປໃຊ້ໄດ້ຕ້ອງລະລາຍນໍ້າໄດ້ຢູ່ໃນຮູບອະນຸມູນ
P ຄື: H2PO4-ແລະ HPO4-2.
3.
K ຮູບທີ່ລະລາຍໄດ້ ແລະ
ເປັນປະໂຫຍດຄື: ສ່ວນໃຫຍ່ເກີດຈາກການສະລາຍຕົວຂອງແຮ່ພວກ Pete ແລະ
Mica ມັກພົບຢູ່ໃນດິນໃນຮູບສານລະລາຍ ມີປະິມານຫລາຍກວ່າ N,
P ຫລາຍສິບເທົ່າ.
4.
Caທີ່ພົບໃນດິນໄດ້ແກ່ Caທີ່ເປັນອົງປະກອບຂອງປູນ, ຮູບທີ່ເປັນປະໂຫຍດຄື: Ca++ ທີ່ຢູ່ໃນສານລະລາຍດິນ ແລະ ດູດຊັບຢູ່ເທິງອະນຸພາກດິນໜຽວ
ເຊີງສາມາດແລກປ່ຽນກັບປະຈຸບວກອຶ່ນໆໄດ້.
5.
Mg ພົບໃນແຮ່ ໂອລີວິນ,
ໄນອົກຊິດ ແລະ ໂຄໂລນິດ, ນູບທີ່ພືດໄປໃຊ້ໄດ້ຄື: Mg++ ທີ່ຢູ່ໃນສານລະລາຍດິນ ແລະ ດູູຊັບຢູ່ທີ່ຜິວຂອງອະນຸພາກດິນໜຽວ
ເຊີງສາມາດແລກປ່ຽນກັບປະຈຸບວກອຶ່ນໆໄດ້.
6.
S ພົບໃນແຮ່ຊັນໄຟຂອງທາດນິເກິນ
ແລະ ທອງໃນດິນກົດ, ພົບໃນຮູບຂອງກົດມາດ, ສາມາດລະລາຍໄດ້ດີໃນສານລະລາຍດິບ,
ຮູບທີ່ເປັນປະໂຫຍດຕໍ່ພືດຄື: ອະນຸມູນຊັນເຟດ SO4-4 ປະມານ 95%ຂອງມາດຢູ່ໃນຮູບຂອງອິນຊີສານໃນອິນຊີວັດຖຸຂອງດິນ
ສ່ວນທີ່ເຫລືອຈະຢູ່ໃນຮູບທີ່ລະລາຍໄດ້ອຶ່ນໆ.
7.
Fe ສ່ວນໃຫຍ່ຢູ່ໃນຮູບຂອງອົກຊິດ,
ໄຮໂດຣຊິດ, ຊັນເຟດ ແລະ ຟອສເຟສ, ພົບໃນຫີນອັກຄະນີ ແລະ ຫີນຕະກອນ,
ຮູບທີ່ພືດດູດໄປໃຊ້ໄດ້ຄື: Fe++ແລະ Fe+++.
8.
Mnໄດ້ຈາກການສະລາຍຕົວຂອງແຮ່ທາດພວກໄພໂຮລຸກຊິດ,
ລູມສນິດ ແລະ ອິນຊີວັດຖຸ. ສ່ວນໃຫຍ່ Mnຢູ່ໃນຮູບຂອງອົກຊິດ ແລະ
ຮີດົກຊິດ. ເມື່ອຢູ່ໃນຮູບສານລະລາຍພືດດູດໄປປໃຊ້ໄດ້ໃນຮູບຂອງ Mn++ ແລະ Mn+++.
9.
Zn ພົບຢູ່ໃນແຮ່ລະລາຍຕົວໄດ້ດີ
ແລະ ໃນອິນຊີວັດຖຸ, ສັງກະສີລະລາຍຕົວໄດ້ດີໃນດິນກົດ ແລະ ມີຢູ່ໃນດິນທົ່ວໆໄປປະມານ 1-20
ppm.ຮູບທີ່ເປັນປະໂຫຍດຕໍ່ພືດມີຄື: Zn++.
10. Cu ມີຢູ່ໃນດິນສ່ວນໃຫຍ່ຢູ່ໃນຮູບອົກຊິດ ແລະ
ຊັນເຟສ, ຮູບທີ່ພືດນໍາໄປໃຊ້ໄດ້ມີຄື: Cu++.
11. B ພົບໃນຮູບຂອງຕະກອນທະເລ, ອິນຊີວັດຖຸ ແລະ
ອົກຊິດຂອງເຫລັກ ແລະ ອາລູມີນຽມ, ຮູບທີ່ເປັນປະໂຫຍດຕໍ່ພືດໄດ້ແກ່: HBO3-
ແລະ HBO3--.
12. Mo ໄດ້ຈາກການສະລາຍຕົວຂອງແຮ່ໂອລີວິນ ແລະະ
ຊັນເຟສ ຢູ່ໃນດິນໜ້ອຍທີ່ສຸດ, ຮູບທີ່ເປັນປະໂຫຍດຄື: Mo++
13. Clໄດ້ມາຈາກແຮ່ທະເລ ແລະ ແຮ່ຊິດໄລ,
ຮູບທີ່ເປັນປະໂຫຍດຄື: Cl-.
Comments
Post a Comment