ວິຊາ ຫຼັກການປັບປຸງດິນ1

 ບົດທີ 1 ຄວາມອຸດົມສົມບູນຂອງດິນ

1.  ຄວາມອຸດົມສົມບູນຂອງດິນແມ່ນຫຍັງ?
        ຄວາມອຸດົມສົມບູນຂອງດິນແມ່ນຄວາມມີປະສິດທິຜົນຂອງພື້ນທີ່ໜຶ່ງທີ່ສາມາດກໍ່ໃຫ້ເກີດຜົນຜະລິດໄດ້.
2.  ການຈໍາແນກຄວາມອຸດົມສົມບູນຂອງດິນ
1)        ຄວາມອຸດົມສົມບູນຂອງດິນທາງເຄມີ
2)        ຄວາມອຸດົມສົມບູນຂອງດິນທາງວັດຖຸ (ຟີຊິກ)
3)        ຄວາມອຸດົມສົມບູນຂອງດິນທາງຊີວະວິທະຍາ
3.  ການຈັດການຄວາມອຸດົມສົມບູນຂອງດິນຕອນໜຶ່ງແມ່ນແນວໃດ?
     ແມ່ນການນໍາໃຊ້ເຕັກນິກທີ່ຈະຊ່ວຍໃຫ້ດິນຕອນນັ້ນສ້າງຜົນຜະລິດໄດ້ຫຼວງຫຼາຍ, ພ້ອມທັງຟື້ນຟູ ແລະ ປັບປຸງຄວາມອຸດົມສົມບູນໄວ້ໃຫ້ໄດ້ຍາວນານ.
4.  ການສ້າງຄວາມອຸດົມສົມບູນໃຫ້ແກ່ດິນແມ່ນແນວໃດ?
   ແມ່ນການປັບປຸງຄຸນລັກສະນະທາງດ້ານເຄມີ, ຟີຊິກ ແລະ ຊີວະວິທະຍາໃຫ້ດີຂຶ້ນ ເພື່ອໃຫ້ພືດໄດ້ຮັບທາດອາຫານ ແລະການຂະຫຍາຍຕົວຢ່າງຖືກຕ້ອງ
5.  ການສ້າງຄວາມອຸດົມສົມບູນໃຫ້ແກ່ດິນຈະເຮັດໃຫ້ດິນເປັນດິນທີ່:
1)    ສາມາດຕອບສະໜອງທາດອາຫານທີ່ຕ້ອງການໃຫ້ພືດໄດ້
2)    ມີໂຄງສ້າງຂອງດິນທີ່ເອື້ອອໍານວຍໃຫ້ແກ່ການຂະຫຍາຍຮາກ ແລະ ການເຄື່ອນທີ່ຂອງນໍ້າ ແລະ ອາກາດໄດ້ດີ.
3)    ມີຄຸນລັກສະນະຟີຊິກເຄມີທີ່ເອື້ອອໍານວນແກ່ກິດຈະກໍາທາງດ້ານຊີວະວິທະຍາທີ່ເປັນປະໂຫຍດໃຫ້ແກ່ວິວັດທະນາການທີ່   ເໝາະສົມຂອງບັນດາອິນຊີວັດຖຸ.
4)    ມີຄຸນລັກສະນະດ້ານຊີວະເຄມີຂອງມັນຊ່ວຍກໍາຈັດການປະກົດຕົວຂອງອິນຊີທີ່ນໍາມາເຊີງເຊືອພະຍາດ ແລະ ວັດສະພືດ
5)    ຕ້ານການເຊາະເຈື່ອນຂອງດິນ
6)    ສ້າງຄວາມໝັ້ນຄົງໃຫ້ແກ່ຄວາມຮັ່ງມີທາງດ້ານອາຫານໃຫ້ແກ່ດິນ ແລະ ໂຄງສ້າງຂອງພວກມັນໂດຍນໍາເອົາອິນຊິວັດຖຸມາໃສ່
7)    ສ້າງໂຄງສ້າງທີ່ດີໃຫ້ແກ່ດິນພ້ອມທັງກຽມດິນໃຫ້ຖືກເວລາ
8)    ເພີ່ມການໃຫ້ທາດອາຫານແກ່ພືດໃຫ້ຖືກເວລາໂດຍການໃສ່ຝຸ່ນເຄມີ
6.  ປະຫວັດຄວາມເປັນມາຂອງການສຶກສາຄວາມອຸດົມສົມບູນຂອງດິນ
Ø  ປະຫວັດການປູກພືດໄດ້ເລີ່ມເກີດຂຶ້ນໄດ້ຫຼາຍພັນປີກ່ອນ ຄສ.
Ø  ການປູກພືດເປັນອາຫານແມ່ນໄດ້ເຮັດໃຫ້ມະນຸດປ່ຽນແປງຈາກການລ່າສັດປ່າ ແລະ ການລວມກຸ່ມການດຳລົງຊີວິດແບບດັ່ງເດີມມາເປັນການຕັ່ງຖິ່ນຖານການດຳລົງຊີວິດ.
Ø  ແຄວ້ນເມໂຊໂປຕາເມຍທີ່ຕັ້ງຢູ່ລະຫວ່າງແມ່ນ້ຳໄທກຣິສ ແລະ ແມ່ນ້ຳຍູເຟຣຕິສ ເຊີງປະຈຸບັນແມ່ນປະເທດອີລັກ ເຊີງສະແດງຫຼັກຖານໃນໄລຍະຄວາມຈະເລີນຮຸ່ງເຮືອງສີວິໄລໃນຊ່ວງຕົ້ນໆ. ໄດ້ຂຽນຢູ່ໃນປີ 2500 ກ່ອນ ຄ.ສ ທີ່ເວົ້າກ່ຽວກັບຄວາມອຸດົມສົມບູນຂອງດິນ. ຄວາມອຸດົມສົມບູນແມ່ນໄດ້ເນື້ອງມາຈາກມີນ້ຳຖ້ວມພື້ນດິນ ແລະ ລະບົບຂອງຄອງແມ່ນໄດ້ຖືກສ້າງຂຶ້ນເພື່ອການຊົນລະປະທານໃຫ້ແກ່ພືດ.
ຍຸກຄໍາຂອງຊາວເກຣັກ 800-200 ກ່ອນ ຄສ
Ø  ຝຸ່ນຄອກໄດ້ຊ່ວຍເພີ່ມຜະລິດຕະພາບຜົນຜະລິດ ແລະ ເຮັດໃຫ້ການນຳໃຊ້ທີດິນເປັນເວລາຍາວນານ.
Ø  ຝຸ່ນຂຽວ, ໂດຍສະເພາະແມ່ນພືດຕະກຸນຖົ່ວ ໄດ້ເຮັດໃຫ້ດິນມີຄວາມອຸດົມສົມບູນ
Ø  ຫີນປູນໄດ້ເພີ່ມຜະລິດຕະພາບ (ການໃສ່ປູນ)
Ø  ຂີ້ເທົ່າມີປະໂຫຍດ
Ø  ດິນປະສິວ ຫຼື ໂປແຕັດຊຽມ ໄນເຕຣດ ມີປະໂຫຍດຕໍ່ພືດ
Ø  ດິນເຄັມ ສາມາດກວດພົບດ້ວຍການທົດສອບລົດຊາດ
Ø  Francis Bacon (1561-1624): ນໍ້າເປັນອາຫານຫຼັກຂອງພືດ, ສໍາລັບດິນມີໜ້າທີ່ໃຫ້ພືດຢັ່ງຮາກ ຫຼື ເຮັດໃຫ້ພືດຕັ້ງຊື່, ປ້ອງກັນຄວາມຮ້ອນ, ຄວາມເຢັນຕ່າງໆທີ່ຈະມາກະທົບໃສ່ພືດ ແລະ ເປັນທີ່ໃຫ້ທາດສະເພາະແກ່ພືດ.
Ø  Van Helmont (1577-1644): ພືດຕ້ອງການ້າພຽງຢ່າງດຽວ (ການປູກພືດໃນດິນ ແລະ ຫົດນໍ້າຢ່າງດຽວໃນເວລາປູກພືດ 5 ປີ ພືດຈະເລີນເຕີບໂຕຂຶ້ນ ແຕ່ນໍ້າໜັກດິນທີ່ປູກພືດນັ້ນບໍ່ໄດ້ຫຼຸດລົງເທົ່າໃດເມື່ອທຽບໃສ່ນໍ້າໜັກພືດທີ່ໄດ້ຮັບ).
J.R Glauber (1604-1668) and John Mayow (1643-1679): ນໍ້າບໍ່ແມ່ນອາຫານຫຼັກຂອງພືດເຂັ່ນທ່ານ Van Helmontແລະ ຄົນອຶ່ນໆເຊື່ອກັນ, ທັງສອງສະແດງໃຫ້ເຫັນວ່າ: ດິນທີ່ໃສ່ KNO3ເຮັດໃຫ້ພືດຈະເລີນເຕີບໂຕດີກວ່າ.
  •   ທ່ານເຈໂທຣ ຕູລ (1674-1741) ໄດ້ຄິດວ່າອະນຸພາກນ້ອຍໆຂອງດິນໄດ້ຖືກນຳເຂົ້າໄປໃນຮ່າງກາຍພືດ ແລະ ດິນເຮັດໃຫ້ພືດນຳເອົາອະນຸພາກດິນຂຶ້ນໄປໂດຍງ່າຍດາຍ.
Modern Period (1800-1900) ໄລຍະເວລາປະຈຸບັນ
1.    ທ່ານຈັດທັດ ວອນ ລີບິກ (1803-1873) ໄດ້ວາງຮາກຖານສຳລັບອຸດສາຫະກຳປຸ່ຍທີ່ທັນສະໄໝ
1)    ໄດ້ເນັ້ນຄຸນຄ່າຂອງແຮ່ທາດຈາກດິນ.
2)    ໄດ້ຄົ້ນພົບທາດຄາຣບອນໃນພືດທີ່ໄດ້ມາຈາກ ຄາຣ໌ບອນ ໄດອອກໄຊດ໌ໃນບັນຍາກາດ ບໍ່ແມ່ນໄດ້ມາຈາກ ຮິວໝັດໃນດິນທີ່ນຳໃຊ້ໃນໄລຍະນັ້ນ.
3)    ໄຮໂດຣເຈນ ແລະ ອອກຊີເຈນໄດ້ມາຈາກນ້ຳ.
4)    ໂລຫະທີ່ມີລັກສະນະເປັນດ່າງ (ແຄລຊຽມ, ແມັກນີຊຽມ ແລະ ໂປແຕັດຊຽມ) ແມ່ນມີຄວາມຕ້ອງການເພື່ອປັບອາຊິດໃນພືດໃຫ້ເປັນກາງ.
5)    ຟອສເຟດແມ່ນມີຄວາມຈຳເປັນຕໍ່ການກໍ່ຕົວຂອງເມັດພັນ.
2.    Liebig ເປັນຄົນທໍາອິດທີ່ເຮັດຝຸ່ນວິທະຍາສາດຂຶ້ນ.
3.    ກົດເກນນ້ອຍທີ່ສຸດຂອງລີບິກ: ຫາກຂາດ 1 ໃນສານອາຫານທີ່ຈໍາເປັນ, ການຈະເລີນເຕີບໂຕຂອງພືດກໍ່ຈະຖືກຈຳກັດດ້ວຍສານອາຫານຊະນິດນັ້ນ, ເຖີງວ່າສານອາຫານອື່ນໆຈະມີຫຼາຍປານໃດກໍ່ຕາມ.

Comments

Popular posts from this blog

ວິຊາຫຼັການປັບປຸງດິນ3

ວີດີໂອ ອອກແບບການນຳໃຊ້ພື້ນທີ່ເພື່ອໃຫ້ເກີດຄວາມຍືນຍົງຂອງນັກສຶກສາປີ 2 ສາຂາ ຊັບພະຍາກອນປ່າໄມ້ ແລະ ສາຂາ ທ່ອງທ່ຽວນິເວດ ສົກສຶກສາ 2021-2022