ວິຊາຫຼັກການປັບປຸງດິນ2
ບົດທີ 2
ການຈະເລີນເຕີບໂຕຂອງພືດ ແລະ ປັດໃຈກະທົບ
1.
ການຈະເລີນເຕີບໂຕຂອງພືດແມ່ນແນວໃດ?
ການທີ່ຊາວກະສິກອນປູກພືດໄດ້ຮັບຜົນສໍາເລັດນັ້ນກໍ່ຂຶ້ນຢູ່ບ່ອນວ່າຜົນຜະລິດສຸດທ້າຍໄດ້ສູງ,
ຖ້າໄດ້ຜົນຜະລິດສູງກໍ່ຖືວ່າໄດ້ຮັບຜົນສໍາເລັດ, ກຸ້ມຄ່າໃນການລົງທຶນ, ແຕ່ໄດ້ຮັບຜົນຜະລິດຕໍ່າ,
ບໍ່ກຸ້ມຄ່າຕໍ່ການລົງທຶນ, ບໍ່ປະສົບຜົນສໍາເລັດ ຫຼື ລົ້ມເຫຼວ.
ອົງປະກອບຕ່າງໆທີ່ຄວນຈະພິຈາລະນາວ່າຈະຊ່ວຍໃຫ້ຊາວກະສິກອນສໍາເລັດໃນການຜະລິດພືດ:
ຜົນຜະລິດ, ລາຄາຂາຍ, ຄ່າແຮງງານ ແລະ ຝຸ່ນ.
ອົງປະກອບຜົນຜະລິດຂອງພືດຜັກຄື: ຈໍານວນໃບ,
ລວງຍາວຂອງໃບ, ລວງກວ້າງຂອງໃບ, ລວງສູງຂອງລໍາຕົ້ນ, ລວງຮອບຂອງລໍາຕົ້ນ.
ການຈະເລີນເຕີບໂຕຂອງພືດໝາຍເຖີງການພັດທະນາໄປທາງໜ້າຂອງພືດສາມາດເຫັນໄດ້ຫຼາຍທາງເຊັ່ນ:
ນໍ້າໜັກແຫ້ງ, ຄວາມສູງ ຫຼື ຄວາມກວ້າງຂອງເສັ້ນຜ່າສູນກາງ.
2.
ປັດໃຈທີ່ມີຜົນຕໍ່ການຈະເລີນເຕີບໂຕຂອງພືດ
ປັດໃຈຕ່າງໆເທົ່າທີ່ຮູ້ກັນໃນປະຈຸບັນວ່າມີຜົນຕໍ່ການຈະເລີນເຕີບໂຕຂອງພືດນັ້ນສາມາດແບ່ງອອກເປັນ
2 ປະເພດຄື:
1) ປັດໃຈທາງດ້ານກໍາມະພັນ ຫຼື ປັດໃຈພາຍໃນ
2) ປັດໃນທາງດ້ານສະພາບແວດລ້ອມ ຫຼື ປັດໃຈພາຍນອກ
1)
ປັດໃຈທາງດ້ານກໍາມະພັນ
ຫຼື ປັດໃຈພາຍໃນ Genetic factor
ປັດໃຈທາງດ້ານກໍາມະພັນ ໝາຍເຖີີງ ປັດໃຈທາງພາຍໃນຂອງພືດທີ່ຄວບຄຸມການຈະເລີນເຕີບໂຕ
ແລະ ການໃຫ້ຜົນຜະລິດຂອງພືດ.
ລູກປະສົມຂອງສາລີ ແລະ ພືດອຶ່ນໆທີ່ໃຫ້ຜົນຜະລິດສູງ ແລະ
ສູງກວ່າທໍາມະດານັ້ນເປັນຕົວຢ່າງທີ່ສະແດງໃຫ້ເຫັນຄວາມສໍາຄັນຂອງພັນທຸກໍາຈາກການຈະເລີນເຕີບໂຕຂອງພືດ.
ພັນທຸກໍາເປັນຕົວຄວບຄຸມຂະບວນການທາງດ້ານຊີວະສາດ ແລະ
ສີລະສາດວິທະຍາຕ່າງໆຂອງພືດ.
- ແນວພັນ ແລະ ຄວາມຕ້ອງການທາດອາຫານ
- ປະຕິກິລິຍາຮ່ວມຂອງພັນພືດກັບຄວາມອຸດົມສົມບູນຂອງດິນ
2)
ປັດໃຈທາງດ້ານສະພາບແວດລ້ອມ
ຫຼື ປັດໃຈພາຍນອກ Environmental factor
ປັດໃຈທາງສະພາບແວດລ້ອມ ໝາຍເຖີງ ປັດໃຈທີ່ຢູ່ທາງພາຍນອກຂອງພືດ
ແລະ ມີອິດທິພົນຕໍ່ການຈະເລີນເຕີບໂຕຂອງພືດ.
1)ອຸນຫະພູມ: ມີອິດທິພັນໂດຍກົງໃນການຄວບຄຸມຂະບວນການຕ່າງໆທີ່ກ່ຽວຂ້ອງກັບການຈະເລີນເຕີບໂຕຂອງພືດເຊັ່ນ:
ຂະບວນການຜະລິດທາດແປ້ງ, ຂະບວນການຫາຍໃຈ, ການກະຕຸ້ນໃຫ້ຂະບວນການ enzyme ບາງຊະນິດ ແະ ຂະບວນການອຶ່ນໆ.
2)ແສງ:
ແສງເປັນແຫຼ່ງພະລັງງານທີ່ຈໍາເປັນສໍາລັບຂະບວນການສັງເຄາະແສງຂອງພືດ,
ພືດທຸກສະນິດຕ້ອງການປະລິມານແສງຫຼາຍ ຫຼື ໜ້ອຍແຕກຕ່າງກັນ.
3)
ນໍ້າ ຫຼື ຄວາມຊຸ່ມ:
§ ສິ່ງທີ່ມີຊີວິດທຸກຢ່າງຕ້ອງການນໍ້າໃນການຈະເລີນເຕີບໂຕຂອງພືດ.
§ ນໍ້າມີຢູ່ໃນພືດສະເລ່ຍແລ້ວ 75%
ຂອງນໍ້າໜັກພືດ.
§ ນໍ້າທີ່ຕົ້ນພືດສ່ວນໃຫຍ່ໄດ້ຮັບມາຈາກຮາກພືດດູດຂຶ້ນມາຈາກດິນແລະ ສ່ວນໜຶ່ງໃນພືດສາມາດດູດເອົາມາຈາກຄວາມຊຸ່ມໃນອາກາດ.
§ ອາກາດ: ອາກາດມີບົດບາດສໍາຄັນຕໍ່ສິ່ງທີ່ມີຊີວິດໂດຍສະເພາະແມ່ນໃຊ້ເຂົ້າໃນຂະບວນການຫາຍໃຈ.
4) ປັດໃຈດ້ານຊີວະນະ:
ໝາຍເຖີງພືດ ຫຼື ສິ່ງທີ່ມີຊີວະດອຶ່ນໆທີ່ຢູ່ບໍລິເວນດຽວກັນ
ແລະ ມີອິດທິພົນຕໍ່ການຈະເລີນເຕີບໂຕ ແລະ ໃຫ້ຜົນຜະລິດຂອງພືດ ເຊັ່ນ: ໂລກ, ແມງໄມ້, ສັດ
ແລະ ວັດສະພືດ
ເຊີງພືດທີ່ເຮົາປູກຖືກລົບກວນໂດຍໂລກແມງກໍ່ສາມາດຢຸດສະງັກການຈະເລີນເຕີບໂຕໄດ້ຄືກັນ.
5)
ແຮ່ທາດອາຫານ: 16 ທາດ, ພືດນໍາໄປໃຊ້ໃນກິດຈະກໍາຕ່າງໆທີ່ຈໍາເປັນສໍາລັບການດໍາລົງຊີວິດ
ແລະ ການໃຫ້ຜົນຜະລິດເຊັ່ນ: H2 ແລະ O2
ໃຊ້ເຂົ້າໃນຂະບວນການແລກປ່ຽນພະລັງງານຂອງທາດ PHOSPHORUS ແລະ ການຮັກສາພະລັງງານ, ທາດ POTASSIUM
ແມ່ນຂະບວນການ metabolism, ຂະບວນການເຄື່ອນຍ້າຍ
ແລະ ຂົນສົ່ງທາດອາຫານ, Mn, Fe ແລະ Cu ຂະບວນການທໍາງານຂອງນໍ້າຍ່ອຍ.
Comments
Post a Comment