ວິຊາຫຼັການປັບປຸງດິນ3
ບົດທີ 3 ທາດອາຫານທີ່ຈໍາເປັນສໍາລັບການຈະເລີນເຕີບໂຕຂອງພືດ Protein and protoplasm ຂອງພືດ ແລະ ສັດ ປະກອບດ້ວຍທາດອາຫານຫຼັກ 6 ທາດຄື: C, H, O N, P, S. ນອກນີ້ຍັງມີທາດອາຫານສຳຮອງຕ່າງໆອີກທີ່ມີບົດບາດ ແລະ ອິດທິພົນຕໍ່ການຈະເລີນເຕີບໂຕ ແລະ ການພັດທະນາໃນພືດສະເພາະຕົວຂອງມັນ ຖ້າບໍ່ໄດ້ຮັບທາດອາຫານເຫຼົ່ານີ້ພຽງພໍແລ້ວການຈະເລີນເຕີບໂຕ ແລະ ຜົນຜະລິດຂອງພືດຈະລົດລົງ. ທາດ C, H, O ທີ່ມີຢູ່ໃນພືດໄດ້ມາຈາກອາຍຄາຣບອນໄດອອກໄຊດ໌ ( CO 2 ) ໃນອາກາດ ແລະ ນໍ້າ, ໃນຂະບວນການສັງເຄາະແສງພືດຈະປ່ຽນໄປເປັນຮີໂດຣກາກບົວຢ່າງງ່າຍໆ ແລະ ຈະປ່ຽນໄປເປັນ Amino acid, protein and protoplasm ໃນທີ່ສຸດ . ສຳລັບແຮ່ທາດຈະໄດ້ມາຈາກດິນທີ່ລະລາຍຢູ່ໃນນ້ຳໃນດິນ ແລ້ວພືດຈະດູດເອົາໄດ້ໂດຍທາງຮາກ. ໜ້າທີ່ຂອງທາດອາຫານ ທາດອາຫານມີບົດບາດສຳຄັນຕໍ່ກັບການຂະຫຍາຍໂຕຂອງພືດ, ມີບົດບາດສຳຄັນຕໍ່ກັບຂະບວນການສັງເຄາະແສງ, ທາດອາຫານເຮັດໃຫ້ enzyme ມີບົດບາດສຳຄັນຕໍ່ຂະບວນການສັງເຄາະແສງ, ເຮັດໃຫ້ enzyme ທໍາງານໄດ້ປົກກະຕິ ຫຼື ຄວບຄຸມປະຕິກິລິຍາໃນ enzyme ແລະ ຍັງເປັນສ່ວນປະກອບຂອງສານໃນຂະບວນການ metabolism ຂອງພືດ . ທາດອາຫານ 16 ທາດທີ່ສຳຄັນຕໍ່ການຈະເລີນເຕີບໂຕ ແລະ ການຢູ່ລອດຂອງພືດ ສາມາດແບ່ງອອກເປັນກຸ່ມໃຫຍ່ຄື: ທາດ...

Comments
Post a Comment